ສູນການຄ້າທາດຫຼວງສະແຄວ໌ ມີຊື່ເຕັມວ່າ: ບໍລິສັດ ຈັດສັນສູນການຄ້າ ແລະ ຕະຫຼາດທາດຫຼວງ ຈໍາກັດ ເຊິ່ງເປັນບໍລິສັດໃນເຄືອຂ່າຍຂອງ ບໍລິສັດ ເອັສທີກຣຸບ ຈໍາກັດ, ເປັນບໍລິສັດໃຫ້ບໍລິການເຊົ່າພື້ນທີ່ຫ້ອງການ, ປ້າຍໂຄສະນາ, ຮ້ານຂາຍເຄື່ອງ, ຕະຫຼາດສົດ ແລະ ຕະຫຼາດມືດ.
ສູນການຄ້າທາດຫຼວງສະແຄວ໌ ໄດ້ເປີດບໍລິການຢ່າງເປັນທາງການໃນວັນທີ 02/04/2015 ເປັນຕົ້ນມາ ເຊິ່ງຕັ້ງຢູ່ຖະໜົນກໍາແພງເມືອງ, ສີ່ແຍກໄຟແດງທາດຫຼວງ, ບ້ານທາດຫຼວງໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.