Icewall Tailwind HTML Admin Template

ໂຮງແຮມ ແສນສະບາຍ ສະຫວັນນະເຂດ

1. ຊື່ພາສາລາວ ແລະ ອັງກິດ: ໂຮງແຮມແສນສະບາຍໄໝ່/ New Saen sabai Hotel
2. ຈຸດພິເສດ: ເປັນໂຮງແຮມທີມີລັກສະນະເປັນຕຶກ 4 ຊັ້ນ ຕັ້ງຢູ່ໃຈກາງຕົວເມືອງ ລຽບແມ່ນຳ້ຂອງ ເປັນ.ໂຮງແຮມລະດັບ 03 ດາວ ເປີດບໍລິການມາແລ້ວ 8 ປີ.
3. ທີ່ຢູ່: ບ້ານໄຊຍະພູມ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ.ໂທ: 041 252 601, 020 2269 6041
4. E-mail: Newsaensabai99@gmail.com, Facebook: New saen sabai Hotel

5. ຈຳນວນຫ້ອງພັກທັງໝົດມີ 32 ຫ້ອງ ແລະ ມີ 02 ປະເພດຄື: ຫ້ອງ Standard Room. Suit Room ລາຄາ walk-in ແມ່ນ:
- Standard Room City View ລາຄາ 200,000 ກີບ.
- Standard Room Mekong View ລາຄາ 250,000 ກີບ.
- Suite Room ລາຄາ 840,000 ກີບ.

ໃນລາຄາຫ້ອງພັກຈະລວມມີ ຟຣີ ອາຫານເຊົ້າ, ຟຣີ Wifi, ຟຮີຟິດເນັດ, ຟຣີ ລົດ ຮັບ-ສົ່ງ ສະໜາມບິນ, ຄິວລົດ ລະ ຈຸດບໍລິການອື່ນໆ 1 ຄັ້ງ ໃນເວລາເຊັກອິນ ແລະ ເຊັກເອົ້າ, ໂຮງແຮມເປີດບໍລິການ 24 ຊົ່ວໂມງ.
ສິ່ງອຳນວຍຄວາມສະດວກຕ່າງໆມີຄື:
- ອາຫານເຊົ້າ ເວລາ 6:30 – 09:00 ໂມງ.

6. ໂຮງແຮມຂອງພວກເຮົາຫ່າງຈາກສະໜາມບິນປະມານ 07 ກິໂລເມັດ ແລະ ຫ່າງຈາກຄິວລົດ ປະມານ 03 ກິໂລແມັດ ຫ່າງຈາກ ສະພານມິດຕະພາບ ປະມານ 08 ກິໂລແມັດ ສຳລັບລຸກຄ້າທີຈະມາເຊັກອິນ ແລະ ທີໄດ້ເຊັກເອົ້າແມ່ນເຮົາມີບໍລິການຮັບ-ສົ່ງ ຟຣີ.
7. ສະຖານທີ່ທ່ອງທ່ຽວຕ່າງໆທີ່ພາດບໍ່ໄດ້ຖ້າໄດ້ມາພັກໂຮງແຮມຂອງພວກເຮົາມີຄືື
- ປະຫວັດສາດຕົວເມືອງເກົ່າ ຫາ່ງຈາກທີ່ພັກປະມານ ຢ ກິໂລແມັດ ບໍ່ມີຄ່າເຂົ້າຊົມ ເປີດບໍລິການຕາມເວລາລັດຖະການ.
- ວັດໄຊຍະພູມເປັນວັດເກົ່າແກ່ທີ່ມີອາຍຸ 100 ກວ່າປີ ຫ່າງຈາກທີ່ພັກປະມານ 1 ກິໂລແມັດ ບໍ່ມີຄ່າເຂົ້າຊົມ ເປີດບໍລິການຕາມເວລາລັດຖະການ
- ພະທາດອິງຮັງເປັນພະທາດເກົ່າແກ່ຄູ່ບ້ານ ຄູ່ເມືອງຂອງແຂວງສະຫວັນນະເຂດ ຫ່າງຈາກໂຮງແຮມ 15 ກິໂລແມັດ ມີຄ່າເຂົ້າຊົມ 5,000 ກີບ/ທ່ານ ເປີດເວລາ 8:00 – 17:00 ໂມງທຸກວັນ
- ພະທາດໂຜ່ນເປັນພະທາດເກົ່າແກ່ ຄູ່ບ້ານຄູ່ເມືອງຂອງແຂວງສະຫວັນນະເຂດ ຫ່ງຈາກໂຮງແຮມ 65 ກິໂລແມັດ ຄ່າເຂົ້າຊົມ 5,000 ກີບ/ທ່ານ ເປີດບໍລິການ 8:00 – 17:00 ໂມງທຸກວັນ

Dark Mode