ປະຫວັດຄວາມເປັນມາຂອງ ບໍລິສັດ
ບໍລິສັດ ຄອງຊັບ ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈຳກັດຜູ້ດຽວ ໄດ້ກໍ່ຕັ້ງຂື້ນ ໃນປີ 1994 ໂດຍມີຫຸ້ນສ່ວນພຽງຄົນດຽວ ຄື ທ່ານ ນາງ ອຸ່ນຈິດ ໄຊສຸລິວົງ, ເຊິ່ງ ໃນການກໍ່ຕັ້ງເບື້ອງຕົ້ນ ໂດຍ ມີທຶນຈົດທະບຽນ ເບື້ອງຕົ້ນ ແມ່ນ 30,995,735,000 ກີບ(ສາມສິບຕື້ ເກົ້າຮ້ອຍເກົ້າສິບຫ້າລ້ານ ເຈັດແສນສາມສິບຫ້າພັນ ກີບ), ທາງບໍລິສັດໄດ້ໃສ່ຊື່ວ່າ: ວິສາຫະກິດສ່ວນບຸກຄົນ ອຸ່ນຈິດ ກໍ່ສ້າງຂົວທາງ ຈຳກັດຜູ້ດຽວ, ໂດຍ ແມ່ນທ່ານ ໄຊຍາ ໄຊສຸລິວົງເປັນຜູ້ອຳນວຍການໃຫ່ຍ, ຕໍ່ມາ ປີ 2002 ໄດ້ປ່ຽນຊື່ມາເປັນ ບໍລິສັດ ຄອງຊັບກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈຳກັດຜູ້ດຽວ ແລະ ມີທ່ານພຸດທະສັກ ອິນທະມິດ ເປັນຜູ້ອຳນວຍການໃຫ່ຍ ຂອງບໍລິສັດ, ຕໍ່ມາໃນປີ 2016 ຈົນຮອດປະຈຸບັນນີ້ ບໍລິສັດໄດ້ຖືກໂອນ ກຳມະສິດ ໃຫ້ ແກ່ ທ່ານ ສູນທອນ ຊາບັັນດິດ ເປັນ ຜູ້ອຳນວຍການໃຫ່ຍ ແລະ ເປັນສ່ວນໜື່ງ ຂອງກຸ່ມ ບໍລິສັດ (STG) ມາຈົນເຖີງປະຈຸບັນ.
ໂດຍອີງໃສ່ປະສົບການທີຜ່ານມາ ທາງບໍລິສັດພວກເຮົາແມ່ນມີຄວາມພຽບພ້ອມໃນທຸກໆດ້ານ ສຳລັບວຽກງານການກໍ່ສ້າງຕ່າງໆບໍລິສັດພວກເຮົາມີບຸກຄະລາກອນ ທີ່ມີ ປະສົບການ ພ້ອມທີ່ຈະຮັບໃຊ້ວຽກງານທຸກໆດ້ານ, ຜ່ານປະສົບການ ມາເປັນເວລາ 18 ປີກວ່າແລ້ວ ບໍລິສັດພວກເຮົາໄດ້ພັດທະນາ ແລະ ເຕີບໂຕຂື້ນມາເລື້ອຍໆ ບໍວ່າຈະເປັນ ບຸຄະລາກອນ, ອົງປະກອບຕ່າງໆຂອງບໍລິສັດ ພວກເຮົາ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ ໃຫ້ຈະເລີນກ້າວໜ້າ ແລະ ເຂັ້ມແຂງທາງດ້ານເສດຖະກິດ ຂື້ນໄປເລື້ອຍໆ.
translation.Kongsub-Body-3