Icewall Tailwind HTML Admin Template

ຄັງເຊນ ເຄັນໂກ

1. ປະຫວັດຄວາມເປັນມາຂອງບໍລິສັດຄັງເຊັນ-ເຄັນໂກເນັດເວີຣກຈໍາກັດຢູ່ ສປປ ລາວ
ບໍລິສັດຄັງເຊັນ-ເຄັນໂກເນັດເວີຣກ ຈໍາກັດ ສໍານັກງານໃຫຍ່ນະຄອນຫລວງວຽງຈັນ ຕັ້ງຢູ່ສູນການຄ້າທາດຫລວງສະແຄ໊ວ ຂື້ນກັບ ບ້ານທາດຫລວງໃຕ້, ເມືອງ ໃຊເສດຖາ ນະຄອນຫລວງວຽງຈັນ ບໍລິສັດຄັງເຊັນ-ເຄັນໂກໄດ້ສ້າງຕັ້ງຂື້ນໃນເມື່ອວັນທີ 02/02/2006 ຈົນເຖີງປະຈຸບັນ ເປັນເວລາ 16 ປີ ບໍລິສັດຄັງເຊັນ-ເຄັນໂກເນັດເວີຣກຈໍາກັດ ໄດ້ຮວ່ມທືນ ຈົດທະບຽນ ນໍາກະຊວງອຸດສະຫະກໍາແລະການຄ້າມີຈໍານວນເງິນທັງໝົດ 2,000,000,000ຕື້ກີບ
ບໍລິສັດ ຄັງເຊັນ-ເຄັນໂກເນັດເວີຣກ ຈໍາກັດປະກອບມີອົງປະກອບມີຄື:
1.1: ປະທານກໍາມະການບໍລິຫານບໍລິສັດຄັງເຊັນ ເຄັນໂກ ອິນເຕີເນຊັ້ນແນວ ຈໍາກັດ ປະຈໍາປະເທດໄທ
1.2: ຮອງປະທານກໍາມະການບໍລິຫານ ບໍລິສັດຄັງເຊັນ ເຄັນໂກລາວ ປະຈໍາປະເທດລາວ
1.3: ປະທານທີ່ປືກສາ ບໍລິສັດຄັງເຊັນເຄັນໂກລາວ ປະຈໍາປະເທດລາວ
1.4: ຜູ້ອໍານວຍການຝ່າຍການຕະຫລາດ ຄັງເຊັນ ເຄັນໂກປະຈໍາປະເທດລາວ

ໂຄງຮ່າງການຈັດຕັ້ງ

ບໍລິສັດຄັງເຊັນ ເຄັນໂກລາວປະກອບມີພະແນກການຕ່າງໆດັ່ງລູ່ມນີ້.
1.2.1: ພະແນກບັນຊີ-ການເງິນ ແລະສວ່ນກວດສອບ
1.2.2: ພະແນກຂໍ້ມູນ ແລະ ຄັງສີນຄ້າ
1.2.3: ພະແນກບໍລິຫານສາຂາແລະກົນລະຢຸດການຕະຫລາດ
1.2.4: ສວ່ນບຸກຄົນແລະຫ້ອງການບໍລິຫານ

ສາຂາ

2. ໃນນັ້ນ ບໍລິສັດຄັງເຊັນ ເຄັນໂກລາວ ຍັງມີສາຂາປະຈໍາພາກເໜືອ, ພາກກາງ, ພາກໃຕ້ ທົ່ວປະເທດນໍາອີກມີຄື:
- ພາກເໜືອປະກອບມີ, ສາຂາຫລວງພະບາງ, ສາຂາ ອຸດົມໃຊ, ສາຂາຊຽງຂວາງ, ສາຂາ ບໍ່ແກ້ວ
- ພາກກາງປະກອບມີ, ສາຂາທາດຫລວງສະແຄ໊ວ, ສາຂາໂພນຕ້ອງ, ສາຂາໂພນໂຮງ, ສາຂາວັງວຽງ
- ພາກໃຕ້ປະກອບມີ, ສາຂາ ທ່າແຂກ, ສາຂາສະຫວັນະເຂດ, ສາຂາປາກເຊ, ສາຂາອັດຕະປື
2.1: ບໍລິສັດ ຄັງເຊັນ ເຄັນໂກລາວ ແມ່ນ ເປັນບໍລິສັດທີ່ໄດ້ຈົດທະບຽນວິສາຫະກິດ ນໍາກະຊວງອຸດສະຫະກໍາ ແລະ ການຄ້າແມ່ນຖືກຕ້ອງຕາມກົດໝາຍແລ້ວ ໄດ້ດໍາເນີນທຸລະກິດມາໄດ້ເປັນເວລາ 16 ປີ ພໍດີ
2.2: ບໍລິສັດ ຄັງເຊັນ ເຄັນໂກ ເປັນບໍລິສັດ ທີ່ຂາຍຕົງ ໂດຍ ຂາຍປະເພດຜະລິດຕະພັນ ເຄື່ອງ ອຸປະໂພກ-ບໍລິໂພກທົ່ວໄປ
2.3: ໃນນັ້ນ ບໍລິສັດຄັງເຊັນ ເຄັນໂກເນັດເວີຣກຈໍາກັດ ຍັງໄດ້ປະກອບສວ່ນ ຊວ່ຍເຫລືອສັງຄົມຕ່າງໆ...ເປັນຕົ້ນຊວ່ຍເຫືອໄພພິບັດນໍ້າຖວ້ມ,ໄດ້ຊວ່ຍເຫລືອທັງພາກລັດແລະເອກະຊົນເປັນຈໍານວນຫລວງຫລາຍ

Dark Mode