ກິດຈະກຳ

ໂຊກຊັ້ນທີ 1 ເປີດຝາລຸ້ນຮັບຄືເກົ່າ ເງີນສົດ ຫຼື ດື່ມຟຣີ!
ໂຊກຊັ້ນທີ 2 ປ່ຽນຝາເປັນແຕ້ມກັບແຕ້ມເອັມລາວ ລະຫັດ10 ຫຼັກ 1ຝາ ມີຄ່າເທົ່າກັບ 1 ແຕ້ມ
ແຕ້ມບໍ່ມີມື້ໝົດອາຍຸ! ໃຊ້ແຕ້ມ ລຸ້ນໂຊກໄດ້ທຸກເດືອນ ລຸ້ນຮັບໂທລະສັບມືຖື ຫຼື ທອງຄຳ!!
ພຽງນຳລະຫັດ 10 ຫຼັກກ້ອງຝາ ສົ່ງມາທີ່ www.m150.la ແລ້ວທຸກລະຫັດຈະຖືກສະສົມເປັນແຕ້ມ ທີ່ບໍ່ມີວັນໝົດອາຍຸ!
ຢ່າຊ້າ ສະສົມແຕ້ມໄດ້ຕະຫຼອດເວລາ ລຸ້ນໄດ້ທຸກເດືອນ
ແຕ້ມບໍ່ມີມື້ໝົດອາຍຸ ເລືອກລຸ້ນລາງວັນຕ່າງໆໄດ້ເລີຍ!!
ສອບຖາມລາຍລະອຽດເພີ່ມຕື່ມໂທ : 020-2889-9150 , 020-7799-9150

ບໍລິສັດ ເອັສທີ ກຣຸບ ມອບເງິນ 1,2 ຕື້ກີບ ອຸປະຖໍາກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ
ຂປລ. ໃນວັນທີ 8 ມັງກອນ 2021, ບໍລິສັດ ເອັສທີ ກຣຸບ ແລະ ທະນາຄານ ເອັສທີ ມອບເງິນ ຈຳນວນ 1,2 ຕື້ກີບ ໃຫ້ລັດຖະບານ ເພື່ອປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ເຊິ່ງໃຫ້ກຽດຕາງໜ້າມອບໂດຍ ທ່ານ ໄຊຍາ ໄຊສຸລິວົງ ຮອງປະທານສະພາບໍລິຫານ ບໍລິສັດ ເອັສທີ ກຣຸບ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ເພື່ອປະກອບສ່ວນເຮັດໃຫ້ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍ.

ບໍລິສັດ ST Group ແລະ ST Muang Thai Insurance ມອບເງິນຊຸກຍູ້ວຽກງານຕ້ານການລະບາດຂອງເຊື້ອພະຍາດ Covid-19 ຈຳນວນ 113,400,000 ກີບ ໃຫ້່ນະຄອນຫຼວງວຽງຈັນ.
ພິທີມອບຮັບ ຈັດຂື້ນທີ່ ຫ້ອງວ່າການນະຄອນຫລວງວຽງຈັນ ໃນວັນທີ 27 ເມສາ 2021 ມອບໂດຍ ທ່ານ ຊານໄຊ ພົມສຸວັນ ຜູ້ອຳນວຍການໃຫຍ່ ຂອງ ເອັສທີ - ເມືອງໄທ ປະກັນໄພ ແລະ ຮັບໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ.

ກິດຈະກຳພະແນກການຂາຍ ແລະ ການຕະຫຼາດທີ່ຜ່ານມາ ຈັດງານພົບປະສ້າງສັນກັບລູກຄ້າຕົວແທນທົ່ວປະເທດ