ອະສັງຫາລິມະຊັບ ວິມານນະຄອນ
1. ປະຫວັດຄວາມເປັນມາຂອງ ບໍລິສັດ ອະສັງຫາລິມະຊັບ ວິມານນະຄອນ ຈຳກັດຜູ້ດຽວ
ບໍລິສັດ ອະສັງຫາລິມະຊັບ ວິມານນະຄອນ ຈຳກັດຜູ້ດຽວ ເປັນບໍລິສັດຂອງຄົນລາວ 100 % ກໍ່ຕັ້ງຂື້ນໃນປີ 2017 ໂດຍເລີມຈາກທ່ານ ນາງ ທິບສຸດາ ໄຊສະນະ ເປັນຜູ້ລິເລີ້ມການກໍ່ຕັ້ງບໍລິສັດອະສັງຫາລິມະຊັບ ວິມານນະຄອນ ຈຳກັດຜູ້ດຽວ, ດຳເນີນການເຄື່ອນໄຫວ ທາງດ້ານ ອະສັງຫາລິມະຊັບ ຕາມທຳນຽມ ຫຼື ຕາມພື້ນຖານສັນຍາ ດຳເນີນທຸລະກິດດ້ານ ພັດທະນາອະສັງຫາລິມະຊັບ ສະເພາະດ້ານ: ປຸກຕຶກ, ອາຄານ, ເຮືອນ, ອາພາດເມັ້ນ ສຳລັບຂາຍ ຫຼື ໃຫ້ເຊົ່າ, ຊື້ຂາຍ ແລະ ໃຫ້ເຊົ່າທີ່ດິນ, ( ປັດຈຸບັນມີພະນັກງານທັງໝົດ ຈຳນວນ 04 ທ່ານ ລວມທັງຜູ້ອຳນວຍການ ).
ໂຄງຮ່າງການຈັດຕັ້ງ
ບໍລິສັດຄັງເຊັນ ເຄັນໂກລາວປະກອບມີພະແນກການຕ່າງໆດັ່ງລູ່ມນີ້.
1.2.1: ພະແນກບັນຊີ-ການເງິນ ແລະສວ່ນກວດສອບ
1.2.2: ພະແນກຂໍ້ມູນ ແລະ ຄັງສີນຄ້າ
1.2.3: ພະແນກບໍລິຫານສາຂາແລະກົນລະຢຸດການຕະຫລາດ
1.2.4: ສວ່ນບຸກຄົນແລະຫ້ອງການບໍລິຫານ
3. ທີ່ຕັ້ງສຳນັກງານ
ບໍລິສັດ ອະສັງຫາລິມະຊັບ ວິມານນະຄອນ ຈຳກັດຜູ້ດຽວ ມີສຳນັກງານໃຫຍ່ ຕັ້ງຢູ່ບ້ານ ທາດຫຼວງໃຕ້,ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໂທລະສັບ: 020 59067999;
4. ການປ່ຽນແປງຂອງທີ່ຕັ້ງສຳນັກງານ ແລະ ໃບທະບຽນວິສາຫະກິດ
ໃນປີ 2019 ບໍລິສັດໄດ້ມີການຍົກຍ້າຍ ທີ່ຕັ້ງສໍານັກງານໃຫຍ່ ໂດຍໄດ້ຍ້າຍຈາກ ບ້ານທາດຫຼວງໃຕ້, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ມາຕັ້ງຢູ່ ຖະໜົນສຸພານຸວົງ, ບ້ານ ເມືອງວາທ່າ, ເມືອງສີໂຄດຕະບອງ,ນະຄອນຫຼວງວຽງຈັນ, ເບີໂທລະສັບ: 020 59067999. ພ້ອມທັງ ໃບທະບຽນວິສາຫະກິດໃໝ່ ເດີມຈາກໃບທະບຽນວິສະຫະກິດ ສະບັບ ເລກທີ 1157/ຈທວ, ລົງວັນທີ 28 /11/2017 ມາເປັນໃບທະບຽນ ວິສາຫະກິດ ສະບັບເລກທີ 0206/ຈທວ, ລົງວັນທີ 14/02/2019 ຫຼັງຈາກທີ່ໄດ້ຍ້າຍທີ່ຕັ້ງສຳນັກງານມາຢູ່ບ້ານ ເມືອງວາທ່າ, ເມືອງສີໂຄດຕະບາດ, ນະຄອນຫຼວງວຽງຈັນ ຈຶ່ງໄດ້ປ່ຽນໃບທະບຽນວິສາຫະກິດມາເປັນ ສະບັບເລກທີ 0632/ຈທວ, ລົງວັນທີ 19/04/2021.
5. ທຶນກຳນົດ ຫຼື ທຶນຈົດທະບຽນຂອງບໍລິສັດ
- ທຶນຈົດທະບຽນທັງໝົດ 500,000,000 ກີບ
- ເປັນວັດຖຸ....................ກີບ;
- ເປັນເງິນ 500,000,000 ກີບ.
6. ຮູ້ນຂອງບໍລິສັດມີຄື:
ຮູ້ນບໍລິສັດ ຫະສັງຫາລິມະຊັບ ວິມານະຄອນ ຈຳກັດຜູ້ດຽວ, ມີທັງໝົດ 100,000 ຮູ້ນ ແຕ່ລະຮູ້ນມີມູນຄ່າ 5,000 ກີບ.
- ຜູ້ຖືຮູ້ນຊື່ ແລະ ນາມສະກຸນ: ທ່ານ ນາງ ທິບສຸດາ ໄຊສະນະ
- ສັນຊາດ: ລາວ
- ທີ່ຢູ່ປະຈຸບັນ: ເຮືອນເລກທີ 618,ໜ່ວຍ 41, ບ້ານ ທົ່ງພານທອງ, ເມືອງສີສັດຕະນາກ,ນະຄອນຫຼວງວຽງຈັນ ໂທລະສັບ 020 59067999, ສໍາມະໂນຄົວເລກທີ່ 093, ລົງວັນທີ 12/07/2017.
7. ການບໍລິຫານຈັດການ:
- ຜູ້ຖືຮຸ້ນເປັນຜູ້ຈັດການ : ຊື່ ທ່ານ ນາງ ທິບສຸດາ ໄຊສະນະ ( ຜູ້ຕິດຮູບໃນໃບທະບຽນ );
- ຈາກບຸກຄົນພາຍນອກ ເປັນຮອງຜູ້ຈັດການ ຈຳນວນ 02 ຄົນ ປະກອບມີລາຍຊື່ດັ່ງລຸ່ມນີ້:
- ທ່ານ ນາງ ມະລາໄລ ແພງເພັດ ຖືບັດປະຈຳຕົວ ເລກທີ 01-0012399, ປັດຈຸບັນຢູ່ບ້ານ ສີຫອມ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໂທລະສັບ 020 22222068
- ທ່ານ ສູນທອນ ຊາບັນດິດ ຖືບັດປະຈຳຕົວ ເລກທີ 01-0113563, ປັດຈຸບັນຢູ່ບ້ານ ສະພານທອງ,ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ເບີໂທ 020 99546474
8. ການແບ່ງປັນຜົນກຳໄລ:
ບໍລິສັດ ອະສັງຫາລິມະຊັບ ວິມານນະຄອນ ຈຳກັດຜູ້ດຽວ ຕົກລົງກ່ຽວກັບ ການແບ່ງປັນຜົນກຳໄລຄື: ພາຍຫຼັງຫັກຄ່າລູ້ຍຫ້ຽນຕ່າງໆ ແລະ ໄດ້ເສຍພັນທະອາກອນຕ່າງໆຕາມລະບຽບກົດໝາຍ ບໍລິສັດຈະໄດ້ມີການແບ່ງເງິນປັນຜົນດັ່ງນີ້:
- ຄັງສຳຮອງຕາມລະບຽບການ ຫຼື ຄັງປະກັນຄວາມສ່ຽງຄື 10 %;
- ຄັງສໍາຮອງ: ນອກຈາກຄັງສຳຮອງຕາມລະບຽບການຕາມທີ່ໄດ້ກຳນົດໄວ້ໃນມາດຕາ 156 ຂອງກົດໝາຍວ່າດ້ວຍວິສາຫະກິດ, ບໍລິສັດ ອະສັງຫາລິມະຊັບ ວິມານນະຄອນ ຈຳກັດຜູ້ດຽວ ຕົກລົງກ່ຽວກັບການສ້າງຄັງສຳຮອງອຶ່ນດັ່ງນີ້:
- ຄັງປ້ອງກັນໄພຕ່າງໆຈຳນວນ 5 %.