ໂຮງແຮມ ດາວສະຫວັນ ຣີສອດ ແລະ ສະປາ ສະຫວັນນະເຂດ

1. ຊື່ພາສາລາວ ແລະ ພາສາອັງກິດ: ໂຮງແຮມດາວສະຫວັນ ຣີສອດ ແລະ ສະປາ Daosavanh Resort & Spa Hotel
2. ຈຸດພິເສດ ເປັນໂຮງແຮມທີ່ມີລັກສະນະ ຫຼູຫຼາທັນສະໄຫມ ເປັນໂຮງແຮມລະດັບ 03 ດາວ ເປີດບໍລິການມາແລ້ວ 11 ປີ
3. ທີ່ຢູ່ ບ້ານທ່າແຮ່ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດໂທ: 041 252 188, 041 252 199
4. E-mail: info@daosavanh.com, reservation@daosavanh.com , Facebook : Daosavanh Resort and Spa Hotel, Website: www.daosavanh.com
5. ຈຳນວນຫ້ອງພັກມີທັງໝົດ 83 ຫ້ອງ ແລະມີ 04 ປະເພດຄື: ຫ້ອງ Standard room ,Deluxe room, Standard suite room ແລະ Luxury suite room ລາຄາ Walk-in ແມ່ນ
- Standard room ລາຄາ 530,000 ກີບ
- Deluxe room ລາຄາ 630,000 ກີບ
- Standard suite room ລາຄາ 830,000 ກີບ




ໃນລາຄາຫ້ອງພັກຈະລວມມີ ຟຣີ ອາຫານເຊົ້າ, ຟຣີ Wifi, ຟຮີຟິດເນັດ,ຟຣີຊາວນ້າ, ຟຣີລອຍນໍ້າ, ຟຣີ ລົດ ຮັບ-ສົ່ງສະ ໜາມບິນ, ຄິວລົດ ແລະຈຸດບໍລິການອື່ນໆ 1 ຄັ້ງ ໃນເວລາເຊັກອິນ ແລະ ເຊັກເອົ້າ, ໂຮງແຮມເປີດບໍລິການ 24 ຊົ່ວໂມງ
ສິ່ງອຳນວຍຄວາມສະດວກຕ່າງໆມີຄື:
- ອາຫານເຊົ້າຫ້ອງອາຫານເປີດເວລາ: 6:30 – 10:00 ໂມງ, ຄ່າບໍລິການ 84,000 ກີບ/ທ່ານ
- ສູນຟິດເນັດ - ສະປາ ແລະສະລອຍນ້ຳ ເປີດບໍລິການແຕ່ເວລາ 12:00’-21:00’ ຄ່າບໍລິການຟິດເນັດ 25,000 ກີບ/ທ່ານ, ຄ່າບໍລິການຊາວນ້າ 45,000 ກີບ/ທ່ານ, ຄ່າບໍລິການສະລອຍນ້ຳ ຄົນລາວ 25,000 ກີບ/ທ່ານ, ຄົນຕ່າງປະເທດ 50,000 ກີບ/ທ່ານ.
6. ໂຮງແຮມຂອງພວກເຮົາຫ່າງຈາກສະໜາມບິນປະມານ 04 ກິໂລແມັດ ແລະ ຫ່າງຈາກຄິວລົດ ປະມານ 03 ກິໂລແມັດ ສຳລັບລູກຄ້າທີ່ຈະມາເຊັກອິນ ແລະ ທີ່ໄດ້ເຊັກເອົ້າແມ່ນເຮົາມີບໍລິການຮັບ-ສົ່ງຟຣີ ຖ້າເປັນບໍລິການເຊົ່າລົດໄປໃນຂອງເຂດຕົວເມືອງ ຈະຄິດໄລ່ລາຄາຖ້ຽວລະ 65,000 ກີບ
7. ສະຖານທີ່ທ່ອງທ່ຽວຕ່າງໆທີ່ພາດບໍ່ໄດ້ຖ້າໄດ້ມາພັກໂຮງແຮມຂອງພວກເຮົາມີຄື
- ປະຫວັດສາດຕົວເມືອງເກົ່າ ຫ່າງຈາກທີ່ພັກປະມານ 1 ກິໂລແມັດ ບໍ່ມີຄ່າເຂົ້າຊົມເປີດບໍລິການຕາມເວລາລັດຖະການ
- ວັດໄຊຍະພູມເປັນວັດເກົ່າແກ່ທີ່ມີອາຍຸ 100 ກວ່າປີ ຫ່າງຈາກທີ່ພັກປະມານ 1 ກິໂລແມັດ ບໍ່ມີຄ່າເຂົ້າຊົມ ເປີດບໍລິການຕາມເວລາລັດຖະການ
- ພະທາດອິງຮັງເປັນພະທາດເກົ່າແກ່ຄູ່ບ້ານ ຄູ່ເມືອງຂອງແຂວງສະຫວັນນະເຂດ ຫ່າງຈາກໂຮງແຮມ 15 ກິໂລແມັດ ມີຄ່າເຂົ້າຊົມ 5,000 ກີບ/ທ່ານ ເປີດເວລາ 8:00 – 17:00 ໂມງທຸກວັນ
- ພະທາດໂຜ່ນເປັນພະທາດເກົ່າແກ່ ຄູ່ບ້ານຄູ່ເມືອງຂອງແຂວງສະຫວັນນະເຂດ ຫ່ງຈາກໂຮງແຮມ 65 ກິໂລແມັດ ຄ່າເຂົ້າຊົມ 5,000 ກີບ/ທ່ານ ເປີດບໍລິການ 8:00 – 17:00 ໂມງທຸກວັນ


8. ສະໂລແກນ: ຫຼູຫຼາມີລະດັບ ປະທັບໃຈ ( Lao modern luxury Hotel )