Icewall Tailwind HTML Admin Template

ບໍລິສັດຢາສູບລາວ

ບໍລິສັດຢາສູບລາວ ສ້າງຕັ້ງຂື້ນໃນວັນທີ 23 ພະຈິກ 2001 ເປັນບໍລິສັດຮ່ວມທຶນລະຫວ່າງ ລັດຖະບານແຫ່ງ ສປປລາວ ຖືຮຸ້ນ 47%, ບໍລິສັດກໍຣານມາ ອິນເຕີເນເຊເນລ (ຝຣັ່ງ) ຖືຮຸ້ນ 34% ແລະ ບໍລິສັດ ເອສ ສາມ ທີ (ສິງກະໂປ) ຖືຮຸ້ນ 19%, ເປັນບໍລິສັດຮ່ວມທຶນທີ່ປະສົບຜົນສຳເລັດ ແລະ ເປັນແບບຢ່າງໃນການຮ່ວມລົງທຶນ.
ບໍລິສັດຢາສູບລາວຈຳກັດ ໄດ້ເອົາໃຈໃສ່ວຽກງານສົ່ງເສີມການປູກໃບຢາ ເພື່ອສະໜອງໃຫ້ແກ່ການຜະລິດກອກຢາ ແລະ ສົ່ງອອກໃບຢາໄປຕ່າງປະເທດ ເພື່ອປະຕິບັດຕາມນະໂຍບາຍຂອງພັກ ແລະ ລັດທະບານ ເພື່ອໃຫ້ປະຊາຊົນລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ໂດຍສົ່ງເສີມໃຫ້ຊາວສວນ ປູກໃບຢາເປັນສິນຄຄ້າ ແລະ ສະໜອງໃຫ້ແກ່ບໍລິສັດຢາສູບລາວຈຳກັດ. ພາຍຫຼັງການສ້າງຕັ້ງ ຢລຈ ໃນທ້າຍປິ 2001 ໄດ້ປັບປຸງຂະບວນການຜະລິດກອກຢາໃຫ້ໄດ້ຮັບມາດຕະຖານດີຂື້ນກ່າວເກົ່າ ຊຶ່ງສະແດງອອກການລົງທຶນຕິດຕັ້ງເຄື່ຶງຈັກໄໝ່ເຊັ່ນ: ເຄື່ອງຈັກມ້ວນກອກຢາ, ເຄື່ອງຈັກເຂົ້າຊອງທີ່ມີຜະລິດຕະພາບສູງ ເພື່ອໃຫ້ໄດ້ກອກຢາມີຄຸນນະພາບ ແລະ ຕອບສະໜອງຄວາມຕ້ອງການຂອງຕະຫຼາດ. ມາຮອດປະຈຸບັນ ບໍລິສັດຢາສູບລາວຈຳກັດ ກາຍເປັນຜູ້ນຳທາງດ້ານການຈຳໜ່າຍ ຜະລິດຕະພັນຢູ່ໃນລາວ ຈາກເບື້ອງຕົ້ນມີພຽງ 3 ຍີ່ຫໍ້ ແລະ ພາຍຫຼັງໄດ້ມີການພັດທະນາທາງດ້ານອອກສູ່ຕະຫຼາດ ແລະ ມາຮອດປະຈຸບັນມີຫຼາຍຍີ່ຫໍ້ທີແຕກຕ່າງກັນ ຢາສູບອາແດງຍັງຄອງອັນດັບໜື່ງ ແລະ ຍອດນິຍົມຈາກູ້ຊົມໃຊ້.

Dark Mode